Tag Archives: ໂຮງງານ

ໂຮງງານຜະລິດຕະພັນເບຕົງ ໄດ້ຮັບໃບຢັ້ງຢືນມາດຕະຖານ ISO 9001:2008

ໂຮງ­ງານ​ຜະ­ລິດ​ຕະ​ພັນ​ເບ​ຕົງ ທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ (ກຕຟ) ໄດ້​ສ້າງ­ຕັ້ງ​ຂຶ້ນ​ປີ 1983 ໃນ​ຂອບ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ເຊິ່ງ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ເປັນ​ໂຮງ­ງານ​ຜະ­ລິດ​ເສົາ​ໄຟ­ຟ້າ​ແຫ່ງ​ທຳ​ອິດ​ໃນ ສປປ ລາວ ມີ­ໜ້າ​ທີ່​ຜະ­ລິດ​ເສົາ​ໄຟ­ຟ້າ​ຮັບ​ໃຊ້​ການ​ຂະ­ຫຍາຍ​ລະ­ບົບ​ໄຟ​ຟ້າ­ລົງ​ສູ່​ ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ. ພາຍ­ຫຼັງ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ສິ້ນ​ສຸດ​ລົງ ມາ​ຮອດ​ປີ 1989 ໂຮງ­ງານ​ດັ່ງ­ກ່າວ​ກໍ​ໄດ້​ສືບ­ຕໍ່​ຜະ­ລິດ​ເສົາ​ໄຟ­ຟ້າ ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຕາມ​ແຜນ­ການ​ປີ 1991 ໄດ້​ແຍກ​ຕົວ​ມາ​ເປັນ​ບໍ­ລິ­ສັດ​ຜະ­ລິດ​ຕະ​ພັນ​ເບ​ຕົງ​ລາວ ແລະ ໄດ້​ຫັນ​ໄປ​ຜະ­ລິດ​ຕະ​ພັນ​ເສີມ​ຄື: ກະ­ເບື້ອງ​ມຸງ​ຫຼັງ­ຄາ ທໍ່​ລອດ​ທາງ ເສົາ​ເຂັມ… ແລະ ມາ​ຮອດ​ປີ 2007 ໂຮງ­ງານ​ດັ່ງ­ກ່າວ​ໄດ້​ຖືກ​ໂອນ​ມາ​ຂຶ້ນ​ກັບ ກຕຟ ແລະ ໄດ້​ມີ​ການ​ຟື້ນ​ຟູ​ວຽກ​ງານ​ທຸກ​ຢ່າງ ມີ​ການ​ປັບ­ປຸງ​ການ­ຈັດ­ຕັ້ງ ເສີມ​ພາ­ຫະ­ນະ ກໍ​ຄື​ບຸກ​ຄະ­ລາ​ກອນ​ຄືນ­ໃໝ່ … Continue reading

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ລົງທຶນ 400 ຕື້ກ່ວາກີບ ສ້າງຕັ້ງ​ໂຮງ­ງານ​ຜະ­ລິດ​ອຸ­ປະ­ກອນ​ໄຟ­ຟ້າ

ພິ­ທີ​ລົງ​ນາມ​ສັນ­ຍາ​ຮ່ວມ​ມື​ກໍ່­ສ້າງ​ ໂຮງ­ງານ​ຜະ­ລິດ​ອຸ­ປະ­ກອນ​ໄຟ­ຟ້າ 3 ຢ່າງ​ຄື: ປະ­ກອບ​ຕູ້​ບັງ­ຄັບ​ໝໍ້​ແປງ ແລະ ຕັ້ງ​ໂຮງ­ງານ​ຜະ­ລິດ​ສາຍ​ໄຟ (SWITCHGEAR, CABLE) ໄດ້​ມີ​ຂຶ້ນ​ວັນ​ທີ 24 ສິງ­ຫາ 2011 ຢູ່​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ລະ­ຫວ່າງ​ທ່ານ ອຳ­ພອນ ພົມ­ມະ­ຈັນ ຮັກ­ສາ​ການ​ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ແລະ ທ່ານ Seung Jae Jung ປະ­ທານ​ບໍ­ລິ­ສັດ DAEKWANG ENGINEERING ຈຳ­ກັດ ສ.ເກົາ­ຫຼີ ໂດຍ​ມີ​ທ່ານ ດຣ.ບຸນ​ເຖິງ ເພັງ​ທະ​ວົງ­ສາ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ໂຄງ­ການ​ດັ່ງ­ກ່າວ … Continue reading

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ທ່ານໄຊ ເຊັງລີ ເຕັງເບຼຍຈື ຢ້ຽມຢາມ ໂຮງງານຜະລິດຕະພັນເບຕົງ

ໃນຕອນເຊົ້າຂອງວັນທີ 30/10/2008 ທ່ານໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດ ແຫ່ງຊາດ ໄດ້ມາຢ້ຽມຢາມ ໂຮງງານຜະລິດຕະພັນເບຕົງ ທີ່ ທ່ານາແລ້ງ. ຮ່ວມຮັບຕ້ອນ ທ່ານ ມີ ທ່ານອຳພອນ ພົມມະຈັນ ວ່າການຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ພ້ອມດ້ວຍ ທ່ານ ສຸກຂີ ແກ້ວປະເສີດ ຫົວຫນ້າໂຮງງານຜະລິດຕະພັນເບຕົງ

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , , , | ປະກອບຄວາມເຫັນ