ຊອກຄົ້ນ
ກວດອີເມລ
ໃບຢັ້ງຢືນມາດຕະຖານສາກົນ
-
ຂ່າວຫລ້າສຸດ
ຄວາມເຫັນຫລ້າສຸດ
- sikapoun on ກ່ຽວກັບກຕຟ
- oudomvilay2ph on ໂຄງການຕອບສະໜອງໄຟຟ້າໃຫ້ແກ່ຄອບຄົວຜູ້ທຸກຍາກ ( P2P )
- amphone on ພະນັກງານ ກຕຟ ຕະລຸມບອນ ຕ້ານນ້ຳຖ້ວມ
- pnomsin on ກຕຟ ຕາງຫນ້າລັດຖະບານ ຖືຮຸ້ນເຂື່ອນນ້ຳສິມ
ຂາວເກົ່າ
ຫມວດຂ່າວ
ຄົ້ນຈາກປ້າຍຊື່
Meta
ຊອກຫາພວກເຮົາ ໃນ facebook
Tag Archives: ຜົນງານ
ປີ 2011 ກ.ຕ.ຟ ປະຕິບັດໃຫ້ລັດ 4 ຕື້ກວ່າກີບ
ຕາມການເປີດເຜີຍຂອງ ທ່ານ ອຳພອນ ພົມມະຈັນ ຮັກສາການຜູ້ອຳນວຍການໃຫຍ່ (ກຕຟ) ໃນໂອກາດສະຫລຸບການດຳເນີນທຸລະກິດປີ 2011 ໃນຕອນແລງວັນທີ 30 ພຶດສະພາ 2012 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ໃຫ້ເຫັນວ່າ: ຕະຫລອດໄລຍະ 1 ປີ ຜ່ານມາຄະນະພັກ, ຄະນະອຳນວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຍາມໃດກໍ່ຖືເອົາວຽກງານການເມືອງແນວຄິດ ເປັນບັນຫາສຳຄັນ, ລົງເລິກເຖິງພະນັກງານຢູ່ສະຫນາມ ເພື່ອສຶກສາອົບຮົມ ໃຫ້ແກ່ພະນັກງານກຳມະກອນ ໃຫ້ກຳແຫນ້ນ ແລະ ເຊື່ອມຊຶມ ຕໍ່ທິດທາງແຜນນະໂຍບາຍຕ່າງໆ ຂອງພັກ - ລັດ ໃນແຕ່ລະໄລຍະ ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງມະຕິກອງປະຊຸມໃຫຍ່ຂອງພັກ ທີ່ວາງຄາດຫມາຍວ່າຮອດປີ 2020 ໃຫ້ປະຊາຊົນໄດ້ນຳໃຊ້ໄຟຟ້າ 90% ຂອງຄອບຄົວໃນທົ່ວປະເທດ, ລັດວິສາຫະກິດ ໄດ້ເອົາແນວທາງດັ່ງກ່າວມາ ເປັນແຜນການ ເຂົ້າໃນການດຳເນີນທຸລະກິດ ໂດຍມີຜົນສຳເລັດ ໃນແຕ່ລະດ້ານຕາມຄາດຫມາຍ. … Continue reading
ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າສະຫລຸບຜົນງານປີ 2009
ລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າສະ ຫລຸບຜົນງານການປະຕິບັດ ວຽກງານໃນໄລຍະ 1 ປີຜ່ານ ມາ ແລະ ວາງທິດທາງແຜນ ການຕໍ່ຫນ້າປີ 2010 ໂດຍ ການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼັຍຈື, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ຜູ້ຊີ້ນຳການປັບປຸງ ທຸລະກິດຮອບດ້ານແຫ່ງຊາດ, ທ່ານ ສຸລິວົງ ດາລາວົງ ລັດຖະ ມົນຕີວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາເລ ຂາຄະນະພັກ, ຫົວຫນ້າກົມ, ຮອງກົມ ແລະ ພະນັກງານໃນ ລັດວິສາຫະກິດໄຟຟ້າເຂົ້າ ຮ່ວມຢ່າງຫລວງຫລາຍ Continue reading
ກ.ຕ.ຟ ສະຫລຸບ 6 ເດືອນຕົ້ນປີ ແລະຍ້ອງຍໍຜົນງານ 30 ປີ
ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກ.ຕ.ຟ) ໄດ້ຈັດພິທີສະຫລຸບຜົນງານ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2008 ພ້ອມທັງການຍ້ອງຍໍຜົນງານ 30 ປີ (1975 – 2005) ພິທີດັ່ງກ່າວໄດ້ມີຂຶ້ນໃນຕອນແລງທີ 16 ກັນຍານີ້ ໂດຍການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດແຫ່ງຊາດ.
ອ່ານຜົນງານຂອງກຕຟ ຈາກນສພວຽງຈັນໃຫມ່
ແຕ່ລະປີ ກຕຟ ຈະຈັດກອງປະຂຸມໃຫຍ່ ປະຈຳປີ ເພື່ອຖອດຖອນບົດຮຽນ ໂດຍມີຕົວແທນ ຈາກທົ່ວປະເທດ, ປີລະ 2 ເທື່ອ. ປີນີ້ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 22-25 ມີນາ 2008. ໃນມື້ສຸດທ້າຍ ໄດ້ມີນັກຂ່າວຈາກໂທລະພາບແຫ່ງຊາດ ແລະ ຫນັງສືພິມຕ່າງໆ ຫລາຍສະບັບ ເຂົ້າຮ່ວມ ຮັບຟັງຜົນງານຂອງ ກຕຟ. ໃນນັ້ນ ຫນັງສືພິມວຽງຈັນໃຫມ່ ຍັງໄດ້ຂຽນ ລົງໃນຫນ້າເວັບໄຊ ຂອງເພິ່ນອີກດ້ວຍ ອ່ານໄດ້ທີ່ http://www.vientianemai.net/news.php?TopicID=1&NewsID=2049
ມອບຫລຽນໄຊ ຫລຽນກາ ແລະ ໃບຍ້ອງຍໍ ຜົນງານ 30 ປີ
ໃນວັນທີ 25/3/2008 ທີ່ສຳນັກງານໃຫຍ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ທ່ານ ສົມບູນ ລາຊະສົມບັດ ຮອງລັດຖະມົນຕີ ກະຊວງພະລັງງານແລະບໍ່ແຮ່ ໄດ້ມອບຫລຽນໄຊອິດສະຫລະ ຊັ້ນສອງ ໃຫ້ ພະນັກງານກຕຟ 1ສຫ ຫລຽນໄຊແຮງງານ ຊັ້ນສອງໃຫ້ 1ສຫ ຫລຽນໄຊແຮງງານ ຊັ້ນສາມ ໃຫ້18ສຫ ຫລຽນກາແຮງງານ ໃຫ້ 36 ສຫ ໃບຍ້ອງຍໍລັດຖະບານ ໃຫ້ 49 ສຫ

