ໂຮງງານຜະລິດຕະພັນເບຕົງ ໄດ້ຮັບໃບຢັ້ງຢືນມາດຕະຖານ ISO 9001:2008

ໂຮງ­ງານ​ຜະ­ລິດ​ຕະ​ພັນ​ເບ​ຕົງ ທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ (ກຕຟ) ໄດ້​ສ້າງ­ຕັ້ງ​ຂຶ້ນ​ປີ 1983 ໃນ​ຂອບ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ເຊິ່ງ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ເປັນ​ໂຮງ­ງານ​ຜະ­ລິດ​ເສົາ​ໄຟ­ຟ້າ​ແຫ່ງ​ທຳ​ອິດ​ໃນ ສປປ ລາວ ມີ­ໜ້າ​ທີ່​ຜະ­ລິດ​ເສົາ​ໄຟ­ຟ້າ​ຮັບ​ໃຊ້​ການ​ຂະ­ຫຍາຍ​ລະ­ບົບ​ໄຟ​ຟ້າ­ລົງ​ສູ່​ ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ.

ພາຍ­ຫຼັງ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ສິ້ນ​ສຸດ​ລົງ ມາ​ຮອດ​ປີ 1989 ໂຮງ­ງານ​ດັ່ງ­ກ່າວ​ກໍ​ໄດ້​ສືບ­ຕໍ່​ຜະ­ລິດ​ເສົາ​ໄຟ­ຟ້າ ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຕາມ​ແຜນ­ການ​ປີ 1991 ໄດ້​ແຍກ​ຕົວ​ມາ​ເປັນ​ບໍ­ລິ­ສັດ​ຜະ­ລິດ​ຕະ​ພັນ​ເບ​ຕົງ​ລາວ ແລະ ໄດ້​ຫັນ​ໄປ​ຜະ­ລິດ​ຕະ​ພັນ​ເສີມ​ຄື: ກະ­ເບື້ອງ​ມຸງ​ຫຼັງ­ຄາ ທໍ່​ລອດ​ທາງ ເສົາ​ເຂັມ… ແລະ ມາ​ຮອດ​ປີ 2007 ໂຮງ­ງານ​ດັ່ງ­ກ່າວ​ໄດ້​ຖືກ​ໂອນ​ມາ​ຂຶ້ນ​ກັບ ກຕຟ ແລະ ໄດ້​ມີ​ການ​ຟື້ນ​ຟູ​ວຽກ​ງານ​ທຸກ​ຢ່າງ ມີ​ການ​ປັບ­ປຸງ​ການ­ຈັດ­ຕັ້ງ ເສີມ​ພາ­ຫະ­ນະ ກໍ​ຄື​ບຸກ​ຄະ­ລາ​ກອນ​ຄືນ­ໃໝ່ ເຊິ່ງ​ເປັນ​ຜົນ​ໃຫ້​ໂຮງ­ງານ​ກ້າວ​ສູ່​ທຳ​ການ​ຜະ­ລິດ​ຢ່າງ​ປົກ­ກະ­ຕິ ແລະ ມີ​ການ​ຂະ­ຫຍາຍ­ຕົວ​ເປັນ​ກ້າວໆ​ມາ ພ້ອມ​ດຽວ​ກັນ​ກໍ​ສາ­ມາດ​ຮັບ­ປະ­ກັນ​ການ​ສະ­ໜອງ​ຜະ­ລິດ​ຕະ​ພັນ​ໃຫ້​ບັນ­ດາ​ ໂຄງ­ການ​ຕ່າງໆ ແລະ ໄດ້​ມີ​ການ​ຂະ­ຫຍາຍ​ການ​ຜະ­ລິດ​ຂຶ້ນ​ຕື່ມ ໂດຍ​ສະ­ເພາະ​ເສົາ​ໄຟ­ຟ້າ 8 ແມັດ 12 ແມັດ ແລະ ໄດ້​ຜະ­ລິດ​ຄອນ​ສາຍ​ເບ​ຕົງ​ອັດ​ແຮງ ແຕ່​ປີ 2009 ເປັນ­ຕົ້ນ​ມາ.

ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ແຫ່ງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ສັງ­ຄົມ​ຢ່າງ​ໝັ້ນ­ຄົງ ກໍ​ຄື​ໄດ້​ຮັບ​ການ​ຢັ້ງ­ຢືນ​ມາດ­ຕະ­ຖານ​ສາ­ກົນ ຄະ­ນະ​ນຳ ກຕຟ ທຸກ​ຂັ້ນ ກໍ​ໄດ້​ເອົາ­ໃຈ­ໃສ່​ຮ່ຳ­ຮຽນ​ຖອດ​ຖອນ​ບົດ­ຮຽນ​ຈາກ​ຫຼາຍໆ​ໂຮງ­ງານ​ທີ່​ໄດ້​ຮັບ ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ມາ​ແລ້ວ ຈາກ​ນັ້ນ​ກໍ​ໄດ້​ຄັດ​ເລືອກ​ບໍ­ລິ­ສັດ​ທີ່​ປຶກ­ສາ ຮ່ຳ­ຮຽນ​ບັນ­ດາ​ເອ­ກະ­ສານ​ມາດ­ຕະ­ຖານ​ຄຸນ​ນະ​ພາບ ໄປ​ຜັນ​ຂະ­ຫຍາຍ​ລົງ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ປົກ­ກະ­ຕິ ຜ່ານ​ການ​ກວດ​ສອບ ມາ​ເຖິງ​ເດືອນ​ສິງ­ຫາ 2011 ໂຮງ­ງານ​ຜະ­ລິດ​ເບ​ຕົງ ຈຶ່ງ​ສາ­ມາດ​ໄດ້​ຮັບ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ ISO 9001: 2008 ຈາກ​ປະ­ເທດ​ອັງ­ກິດ ເປັນ​ທາງ​ການ ແລະ ໄດ້​ຈັດ​ມອບ​ໃບ­ຢັ້ງ­ຢືນ​ນີ້​ໃຫ້​ໂຮງ­ງານ​ຜະ­ລິດ​ເບ​ຕົງ​ຂອງ ກຕຟ ຂຶ້ນ​ວັນ​ທີ 15 ກັນ­ຍາ 2011 ຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ເຊິ່ງ​ກ່າວ​ມອບ​ໂດຍ​ທ່ານ ໄພ­ສານ ຄົງ​ປະ­ສານ​ການ ຕາງ­ໜ້າ​ບໍ­ລິ­ສັດ GGM ປະ­ເທດ​ໄທ ແລະ ກ່າວ​ຮັບ​ໂດຍ​ທ່ານ ອຳ­ພອນ ພົມ­ມະ­ຈັນ ຮອງ​ອຳ­ນວຍ​ການ​ໃຫຍ່ ກຕຟ ໂດຍ​ມີ​ທ່ານ ສົມ­ບູນ ລາ­ຊາ​ສົມ­ບັດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ ໄຊ​ເຊັງ​ລີ ເຕັງ​ເບຼຍ​ຈື ປະ­ທານ​ຄະ­ນະ​ປັບ­ປຸງ​ທຸ­ລະ​ກິດ​ແຫ່ງ​ຊາດ ແລະ ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

www.vientianemai.net/teen/khao/1/4484

This entry was posted in ໂຮງງານແລະເຂື່ອນ and tagged , . Bookmark the permalink.

Leave a Reply

Your email address will not be published. Required fields are marked *

*

You may use these HTML tags and attributes: <a href="" title=""> <abbr title=""> <acronym title=""> <b> <blockquote cite=""> <cite> <code> <del datetime=""> <em> <i> <q cite=""> <strike> <strong>