ພິທີເຊັນສັນຍາສຳປະທານ (CA) ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳສິມ ແຂວງຫົວພັນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບບໍລິສັດ ນ້ຳສິມ ພາວເວີ ຈຳກັດ ແລະ ພິທີເຊັນສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ນ້ຳສິມ ພາວເວີ ຈຳກັດ ໄດ້ມີຂຶ້ນຕອນຄ່ຳວັນທີ13 ມິຖຸນາ 2011 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ
ການຮ່ວມລົງນາມໃນສັນຍາສຳປະທານໂຄງການຕາງໜ້າໃຫ້ລັດຖະບານລາວ ແມ່ນທ່ານ ທອງມີ ພົມວິໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຕາງໜ້າຝ່າຍບໍລິສັດແມ່ນທ່ານ ໂອວີ ບູເກ້ ຜູ້ອຳນວຍການບໍລິສັດ ນ້ຳສິມ ພາວເວີ ແລະ ຮ່ວມລົງນາມສັນຍາຊື້-ຂາຍໄຟຟ້າ ແມ່ນທ່ານ ຄຳມະນີ ອິນທິລາດ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ໂອວີ ບູເກ້ ຜູ້ອຳນວຍການບໍລິສັດ ນ້ຳສິມ ພາວເວີ ຊຶ່ງມີທ່ານ ສົມບູນ ລາຊາສົມບັດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າຫ້ອງການ ຫົວໜ້າກົມ ອຳນາດການປົກຄອງທ້ອງຖິ່ນ ກໍຄືພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການ ດັ່ງກ່າວແມ່ນໄດ້ອະນຸຍາດການລົງທຶນຈາກລັດຖະບານລາວ ໃນການສຶກສາສຳຫຼວດຄວາມເປັນໄປໄດ້ທາງດ້ານ ເສດຖະກິດ ເຕັກນິກ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນ ໃນວັນທີ 14/2/2003 ສຳເລັດການສຶກສາທາງດ້ານເສດຖະກິດ-ເຕັກນິກ ໃນປີ 2006 ເຊັນສັນຍາພັດທະນາໂຄງການກັບລັດຖະບານລາວ ໃນວັນທີ 2/10/2007.
ໂຄງການໄຟຟ້ານ້ຳຕົກນ້ຳສິມ ແມ່ນໂຄງການຂະໜາດນ້ອຍ ມີກຳລັງຕິດຕັ້ງ 9 ເມກາວັດ (MW) ຕັ້ງຢູ່ລະຫວ່າງບ້ານກາງເມືອງ ຫາບ້ານດ່ານເປົ້າ ເມືອງວຽງໄຊ ແຂວງຫົວພັນ ຫ່າງຈາກຕົວເມືອງຊຳເໜືອ ປະມານ 50 ກິໂລແມັດ ເປັນເຂື່ອນຄອນກຣີດ ຍາວ 25 ແມັດ ແລະ ສູງ 6 ແມັດ ພ້ອມດ້ວຍຝາຍນ້ຳລົ້ນທີ່ໃຫ້ນ້ຳໄຫຼຜ່ານໄດ້ໃນລະດູຝົນ ອ່າງເກັບນ້ຳມີຂະໜາດປະມານ 3 ເຮັກຕາ ແລະ ມີອຸໂມງຄວາມຍາວ 1.100 ແມັດ ເພື່ອອວຍນ້ຳໄປຜະລິດໄຟຟ້າ ຊຶ່ງມີຄວາມສູງຂອງນ້ຳຕົກ 172 ແມັດ ມີເຄື່ອງປັ່ນໄຟ ຈຳນວນ 2 ໝ່ວຍ ແລະ ມີມູນຄ່າການກໍ່ສ້າງ 18 ລ້ານໂດລາສະຫະລັດ ຫຼື ປະມານ 144 ຕື້ກີບ ໂຄງການສຳປະທານເຂື່ອນໄຟຟ້າດັ່ງກ່າວ ຊຶ່ງປະກອບມີບໍລິສັດນໍພາວເວີ ແຫ່ງ ປະເທດນັອກແວ ຖືຫຸ້ນ 75% ແລະ ລັດຖະບານລາວ ໂດຍແມ່ນລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຖືຫຸ້ນ 25% ມີອາຍຸສຳປະທານ 25 ປີ ການກໍ່ສ້າງຄາດວ່າຈະໃຫ້ສຳເລັດທ້າຍປີ 2013.
ພາຍຫຼັງສຳເລັດການກໍ່ສ້າງໂຄງການດັ່ງກ່າວ ຈະຂາຍກະແສໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ ທັງໜົດທີ່ມີກຳລັງການຜະລິດ 32.500 GKWh ຕໍ່ປີ (ກິກກາວັດໂມງຕໍ່ປີ) ດ້ວຍແຮງດັນ 22 ກິໂລໂວນ (KV) ຊຶ່ງຈຸດປະສົງຂອງການຊື້ກະແສໄຟຟ້າຈາກໂຄງການນີ້ ກໍເພື່ອເປັນການຫຼຸດຜ່ອນການຊື້ໄຟຟ້າເຂົ້າມາຈາກຕ່າງປະເທດ
ບົດຂ່າວ ຈາກ http://www.vientianemai.net/teen/khao/1/3367


