Category Archives: ຂ່າວກ່ຽວກັບກຕຟ

ພິທີເຊັນສັນຍາສຳປະທານ ເຂື່ອນໄຟຟ້ານ້ຳງາວ

ພິທີເຊັນສັນຍາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງາວ ເມືອງແບງ ແຂວງອຸດົມໄຊໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2012 ນີ້ຢູ່ໂຮງແຮມງາມລາວລະຫວ່າງ ບໍລິສັດດີພີເອັດ DPS ກໍ່ສ້າງຂົວ​ – ທາງກັບອຳນາດການປົກຄອງ ເມືອງແບງ ແລະ ຂະແຫນງການທີ່ກ່ຽວຂ້ອງ. ຮ່ວມລົງນາມເຊັນສັນຍາລະຫວ່າງທ່ານ ດວງຕາ ສຸທິວົງ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ ຕາງຫນ້າແຂວງ ອຸດົມໄຊ ທ່ານ ໄກເພັດ ດວງປະເສີດ ອຳນວຍການບໍລິສັດ ພີດີເອັດກໍ່ສ້າງຂົວ – ທາງ ແລະ ທ່ານ ສີທັນ ວົງສີລິ ໃນນາມຜູ້ລົງທຶນ ໂດຍມີທ່ານ ຫຸມແພງ ມິ່ງບຸບຜາ ຫົວຫນ້າພະແນກພະລັງງານ ແລະ … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , , | ປະກອບຄວາມເຫັນ

ກຕຟ ໄດ້ຮັບການຍ້ອງຍໍຈາກ ກະຊວງການເງິນ

ຈາກຜົນງານການປະກອບສ່ວນ ມອບພັນທະເຂົ້າງົບປະມານໄດ້ເປັນປົກກະຕິ ໂດຍສະເພາະ ແມ່ນການມອບພັນທະອາກອນ ໃຫ້ແກ່ວຽກງານສ່ວຍສາອາກອນ, ດັ່ງນັ້ນ ກົມສ່ວຍສາອາກອນກະຊວງການເງິນ ຈິ່ງໄດ້ຈັດໃຫ້ ມີການການຍ້ອງຍໍຊົມເຊີຍ ຕໍ່ບັນດາຫົວຫນ່ວຍວິສາຫະກິດ, ນັກທຸລະກິດທັງພາກລັດ ແລະ ເອກະຊົນຈຳນວນ 25 ຫົວຫນ່ວຍ. ໂດຍພິທີມອບໃບຍ້ອງຍໍດັ່ງກ່າວ ໄດ້ຈັດໃຫ້ມີຂຶ້ນພາຍຫລັງສີ້ນສຸດກອງປະຊຸມ ວຽກງານສ່ວຍສາອາກອນທົ່ວປະເທດ ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22-23 ພະຈິກທີ່ຜ່ານມາ ໂດຍການເຂົ້າຮ່ວມເປັນປະທານ ຊີ້ນຳກອງປະຊຸມຂອງທ່ານ ພູເພັດ ຄຳພູນວົງ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີວ່າການ ກະຊວງການເງິນ ໂດຍມີ ບັນດາຫົວຫນ້າພະແນກສ່ວຍສາອາກອນນະຄອນຫລວງ ແລະບັນດາແຂວງຕ່າງໆໃນທົ່ວປະເທດເຂົ້າຮ່ວມ. ໃນການມອບໃຍຍ້ອງຍໍດັ່ງກ່າວ ໄດ້ຮັບກຽດມອບໂດຍທ່ານລັດຖະມົນຕີວ່າການກະຊວງການ ເງິນໃຫ້ແກ່ 25 ພາກສ່ວນ ປະກອບມີ: ບໍລິສັດລ້ານຊ້າງມິເນໂຣນ … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ປີ 2011 ກ.ຕ.ຟ ປະຕິບັດ​ໃຫ້​ລັດ 4 ຕື້ກວ່າ​ກີບ

ຕາມການເປີດເຜີຍຂອງ ທ່ານ ອຳພອນ ພົມມະຈັນ ຮັກສາການຜູ້ອຳນວຍການໃຫຍ່ (ກຕຟ) ໃນໂອກາດສະຫລຸບການດຳເນີນທຸລະກິດປີ 2011 ໃນຕອນແລງວັນທີ 30 ພຶດສະພາ 2012 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ໃຫ້ເຫັນວ່າ: ຕະຫລອດໄລຍະ 1 ປີ ຜ່ານມາຄະນະພັກ, ຄະນະອຳນວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຍາມໃດກໍ່ຖືເອົາວຽກງານການເມືອງແນວຄິດ ເປັນບັນຫາສຳຄັນ, ລົງເລິກເຖິງພະນັກງານຢູ່ສະຫນາມ ເພື່ອສຶກສາອົບຮົມ ໃຫ້ແກ່ພະນັກງານກຳມະກອນ ໃຫ້ກຳແຫນ້ນ ແລະ ເຊື່ອມຊຶມ ຕໍ່ທິດທາງແຜນນະໂຍບາຍຕ່າງໆ ຂອງພັກ - ລັດ ໃນແຕ່ລະໄລຍະ ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງມະຕິກອງປະຊຸມໃຫຍ່ຂອງພັກ ທີ່ວາງຄາດຫມາຍວ່າຮອດປີ 2020 ໃຫ້ປະຊາຊົນໄດ້ນຳໃຊ້ໄຟຟ້າ 90% ຂອງຄອບຄົວໃນທົ່ວປະເທດ, ລັດວິສາຫະກິດ ໄດ້ເອົາແນວທາງດັ່ງກ່າວມາ ເປັນແຜນການ ເຂົ້າໃນການດຳເນີນທຸລະກິດ ໂດຍມີຜົນສຳເລັດ ໃນແຕ່ລະດ້ານຕາມຄາດຫມາຍ. … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ກຕຟ ເຊັນສັນຍາ REP2 ກໍ່ສ້າງຕາຂ່າຍ 7 ແຂວງພາກໃຕ້

ການ​ກໍ່ສ້າງ​ລະບົບ​ຕາ​ຂ່າຍ​ໄຟຟ້າ​ແຮງ​ກາງ ແຮງ​ຕ່ຳ ແລະ ຕິດ​ຕັ້ງ​ໜໍ້​ແປງ​ຂອງ​ໂຄງການ​ຂະຫຍາຍ​ໄຟຟ້າ​ຊົນນະບົດ ໄລຍະ 2 (REP II) ໂດຍ​ມີ​ຂອບ​ເຂດ​ກວມ​ເອົາ 7 ແຂວງ​ພາກ​ກາງ ແລະ ພາກ​ໃຕ້ ໄດ້ແກ່​ແຂວງ​ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ຈຳປາ​ສັກ ເຊ​ກອງ ແລະ ອັດ​ຕະ​ປື ຈະ​ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ໃນ​ມໍ່ໆ​ນີ້ ພາຍຫຼັງ​ທີ່​ພິທີ​ເຊັນ​ສັນຍາ​ໃນ​ວັນ​ທີ 12 ພຶດສະ­ພາ 2011 ລະຫວ່າງ​ທ່ານ ຄຳ​ມະນີ ອິນ​ທິ​ລາດ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ແລະ ທ່ານ ອຳພອນ ພົມ​ມະ​ຈັນ ຮັກສາ​ການ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ກໍ່ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າ. ໂຄງການ​ດັ່ງກ່າວ​ແມ່ນ​ຈະ​ນຳ​ໃຊ້​ທຶນ​ສົມທົບ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໃນ​ຮ່ວງ​ເງິນ​ຊ່ວຍເຫຼືອ​ລ້າ​ຈາກ​ທະນາຄານ​ໂລກ ແລະ … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປະກອບຄວາມເຫັນ

ກຕຟ ຮ່ວມກັບ ບໍລິສັດແວລແກນ ອີເນີຊີ ພັດທະນາໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ແລະ ບໍລິສັດ ແວລແກນ ອີເນີຊີ ປະເທດຝຣັ່ງໄດ້ຮ່ວມລົງນາມກັນໃນການພັດ ທະນາເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງຢູ່ ສປປ ລາວ ເພື່ອຊອກຫາຄວາມອາດສາມາດທີ່ຈະສ້າງເຂື່ອນໄຟຟ້າ.

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ | ປະກອບຄວາມເຫັນ

ກຕຟ ຕາງຫນ້າລັດຖະບານ ຖືຮຸ້ນເຂື່ອນນ້ຳສິມ

ອີງຕາມແຈ້ງການ ເລກທີ 936/ຄລບ ລົງວັນທີ 21/5/2008; ເລື້ອງ: ການສະເຫນີແຕ່ງຕັ້ງຂາຮຸ້ນຂອງລັດຖະບານ ເຂົ້າໃນໂຄງການເຂື່ອນໄຟຟ້ານ້ຳສິມ. ຄະນະເລຂາລັດຖະບານ ໄດ້ແຈ້ງການເຫັນດີໃຫ້ ລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເຂົ້າຮ່ວມ ເປັນຂາຮຸ້ນຂອງລັດຖະບານ ເຂົ້າໃນໂຄງການເຂື່ອນໄຟຟ້ານ້ຳສິມ.

ຈາກຫມວດ ຂ່າວກ່ຽວກັບກຕຟ, ໂຮງງານແລະເຂື່ອນ | ປ້າຍຊື່ | ມີ 1 ຄວາມເຫັນ

ກຕຟ ຮ່ວມເປັນຜູ້ສະຫນັບສະຫນຸນ ກອງປະຊຸມ GMS

ເນື່ອງໃນໂອກາດ ທີ່ ສປປລາວ ໄດ້ຮັບກຽດ ເປັນເຈົ້າພາບ ກອງປະຊຸມ ບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ ( Greator Mekong Subregion) ເຊິ່ງໄດ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 29 – 31 ມີນາ 2008, ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ກໍ່ເປັນຫນຶ່ງໃນ ຈຳນວນ ຜູ້ສະຫນັບສະຫນູນກອງປະຊຸມດັ່ງກ່າວ

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ | ປະກອບຄວາມເຫັນ

ອ່ານຜົນງານຂອງກຕຟ ຈາກນສພວຽງຈັນໃຫມ່

ແຕ່ລະປີ ກຕຟ ຈະຈັດກອງປະຂຸມໃຫຍ່ ປະຈຳປີ ເພື່ອຖອດຖອນບົດຮຽນ ໂດຍມີຕົວແທນ ຈາກທົ່ວປະເທດ, ປີລະ 2 ເທື່ອ. ປີນີ້ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 22-25 ມີນາ 2008. ໃນມື້ສຸດທ້າຍ ໄດ້ມີນັກຂ່າວຈາກໂທລະພາບແຫ່ງຊາດ ແລະ ຫນັງສືພິມຕ່າງໆ ຫລາຍສະບັບ ເຂົ້າຮ່ວມ ຮັບຟັງຜົນງານຂອງ ກຕຟ. ໃນນັ້ນ ຫນັງສືພິມວຽງຈັນໃຫມ່ ຍັງໄດ້ຂຽນ ລົງໃນຫນ້າເວັບໄຊ ຂອງເພິ່ນອີກດ້ວຍ ອ່ານໄດ້ທີ່ http://www.vientianemai.net/news.php?TopicID=1&NewsID=2049

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ຄະນະວິສະວະກຳສາດ ມອບໃບກຽດຕິຄຸນ ໃຫ້ກຕຟ

ໃນຕອນເຊົ້າຂອງວັນທີ29 ເດືອນ ກຸມພາ 2008, ຄະນະອາຈານ ຈາກ ຄະນະວິສະວະກຳສາດ  ມະຫາວິທະຍາໄລແຫ່ງຊາດ ໄດ້ມາມອບໃບກຽດຕິຄຸນໃຫ້ ລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ. ເປັນກຽດ ຮັບໃບກຽດຕິຄຸນ ຄັ້ງນີ້ ແມ່ນ ທ່ານ  ສົມມະໂນ ພົນເສນາ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ພ້ອມນີ້ ທ່ານຜູ້ອຳນວຍການໃຫຍ່ ຍັງກ່າວວ່າ ກຕຟ ພ້ອມຈະໃຫ້ການສະຫນັບສະຫນູນ ກິດຈະກຳຕ່າງໆ ຂອງ ຄວສ ຕໍ່ໄປ

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , | ປະກອບຄວາມເຫັນ