Author Archives: admin

ພິທີເຊັນສັນຍາສຳປະທານ ເຂື່ອນໄຟຟ້ານ້ຳງາວ

ພິທີເຊັນສັນຍາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງາວ ເມືອງແບງ ແຂວງອຸດົມໄຊໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2012 ນີ້ຢູ່ໂຮງແຮມງາມລາວລະຫວ່າງ ບໍລິສັດດີພີເອັດ DPS ກໍ່ສ້າງຂົວ​ – ທາງກັບອຳນາດການປົກຄອງ ເມືອງແບງ ແລະ ຂະແຫນງການທີ່ກ່ຽວຂ້ອງ. ຮ່ວມລົງນາມເຊັນສັນຍາລະຫວ່າງທ່ານ ດວງຕາ ສຸທິວົງ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ ຕາງຫນ້າແຂວງ ອຸດົມໄຊ ທ່ານ ໄກເພັດ ດວງປະເສີດ ອຳນວຍການບໍລິສັດ ພີດີເອັດກໍ່ສ້າງຂົວ – ທາງ ແລະ ທ່ານ ສີທັນ ວົງສີລິ ໃນນາມຜູ້ລົງທຶນ ໂດຍມີທ່ານ ຫຸມແພງ ມິ່ງບຸບຜາ ຫົວຫນ້າພະແນກພະລັງງານ ແລະ … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , , | ປະກອບຄວາມເຫັນ

ກຕຟ ໄດ້ຮັບການຍ້ອງຍໍຈາກ ກະຊວງການເງິນ

ຈາກຜົນງານການປະກອບສ່ວນ ມອບພັນທະເຂົ້າງົບປະມານໄດ້ເປັນປົກກະຕິ ໂດຍສະເພາະ ແມ່ນການມອບພັນທະອາກອນ ໃຫ້ແກ່ວຽກງານສ່ວຍສາອາກອນ, ດັ່ງນັ້ນ ກົມສ່ວຍສາອາກອນກະຊວງການເງິນ ຈິ່ງໄດ້ຈັດໃຫ້ ມີການການຍ້ອງຍໍຊົມເຊີຍ ຕໍ່ບັນດາຫົວຫນ່ວຍວິສາຫະກິດ, ນັກທຸລະກິດທັງພາກລັດ ແລະ ເອກະຊົນຈຳນວນ 25 ຫົວຫນ່ວຍ. ໂດຍພິທີມອບໃບຍ້ອງຍໍດັ່ງກ່າວ ໄດ້ຈັດໃຫ້ມີຂຶ້ນພາຍຫລັງສີ້ນສຸດກອງປະຊຸມ ວຽກງານສ່ວຍສາອາກອນທົ່ວປະເທດ ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22-23 ພະຈິກທີ່ຜ່ານມາ ໂດຍການເຂົ້າຮ່ວມເປັນປະທານ ຊີ້ນຳກອງປະຊຸມຂອງທ່ານ ພູເພັດ ຄຳພູນວົງ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີວ່າການ ກະຊວງການເງິນ ໂດຍມີ ບັນດາຫົວຫນ້າພະແນກສ່ວຍສາອາກອນນະຄອນຫລວງ ແລະບັນດາແຂວງຕ່າງໆໃນທົ່ວປະເທດເຂົ້າຮ່ວມ. ໃນການມອບໃຍຍ້ອງຍໍດັ່ງກ່າວ ໄດ້ຮັບກຽດມອບໂດຍທ່ານລັດຖະມົນຕີວ່າການກະຊວງການ ເງິນໃຫ້ແກ່ 25 ພາກສ່ວນ ປະກອບມີ: ບໍລິສັດລ້ານຊ້າງມິເນໂຣນ … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ປີ 2011 ກ.ຕ.ຟ ປະຕິບັດ​ໃຫ້​ລັດ 4 ຕື້ກວ່າ​ກີບ

ຕາມການເປີດເຜີຍຂອງ ທ່ານ ອຳພອນ ພົມມະຈັນ ຮັກສາການຜູ້ອຳນວຍການໃຫຍ່ (ກຕຟ) ໃນໂອກາດສະຫລຸບການດຳເນີນທຸລະກິດປີ 2011 ໃນຕອນແລງວັນທີ 30 ພຶດສະພາ 2012 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ໃຫ້ເຫັນວ່າ: ຕະຫລອດໄລຍະ 1 ປີ ຜ່ານມາຄະນະພັກ, ຄະນະອຳນວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຍາມໃດກໍ່ຖືເອົາວຽກງານການເມືອງແນວຄິດ ເປັນບັນຫາສຳຄັນ, ລົງເລິກເຖິງພະນັກງານຢູ່ສະຫນາມ ເພື່ອສຶກສາອົບຮົມ ໃຫ້ແກ່ພະນັກງານກຳມະກອນ ໃຫ້ກຳແຫນ້ນ ແລະ ເຊື່ອມຊຶມ ຕໍ່ທິດທາງແຜນນະໂຍບາຍຕ່າງໆ ຂອງພັກ - ລັດ ໃນແຕ່ລະໄລຍະ ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງມະຕິກອງປະຊຸມໃຫຍ່ຂອງພັກ ທີ່ວາງຄາດຫມາຍວ່າຮອດປີ 2020 ໃຫ້ປະຊາຊົນໄດ້ນຳໃຊ້ໄຟຟ້າ 90% ຂອງຄອບຄົວໃນທົ່ວປະເທດ, ລັດວິສາຫະກິດ ໄດ້ເອົາແນວທາງດັ່ງກ່າວມາ ເປັນແຜນການ ເຂົ້າໃນການດຳເນີນທຸລະກິດ ໂດຍມີຜົນສຳເລັດ ໃນແຕ່ລະດ້ານຕາມຄາດຫມາຍ. … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ໂຮງງານຜະລິດຕະພັນເບຕົງ ໄດ້ຮັບໃບຢັ້ງຢືນມາດຕະຖານ ISO 9001:2008

ໂຮງ­ງານ​ຜະ­ລິດ​ຕະ​ພັນ​ເບ​ຕົງ ທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ (ກຕຟ) ໄດ້​ສ້າງ­ຕັ້ງ​ຂຶ້ນ​ປີ 1983 ໃນ​ຂອບ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ເຊິ່ງ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ເປັນ​ໂຮງ­ງານ​ຜະ­ລິດ​ເສົາ​ໄຟ­ຟ້າ​ແຫ່ງ​ທຳ​ອິດ​ໃນ ສປປ ລາວ ມີ­ໜ້າ​ທີ່​ຜະ­ລິດ​ເສົາ​ໄຟ­ຟ້າ​ຮັບ​ໃຊ້​ການ​ຂະ­ຫຍາຍ​ລະ­ບົບ​ໄຟ​ຟ້າ­ລົງ​ສູ່​ ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ. ພາຍ­ຫຼັງ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ສິ້ນ​ສຸດ​ລົງ ມາ​ຮອດ​ປີ 1989 ໂຮງ­ງານ​ດັ່ງ­ກ່າວ​ກໍ​ໄດ້​ສືບ­ຕໍ່​ຜະ­ລິດ​ເສົາ​ໄຟ­ຟ້າ ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຕາມ​ແຜນ­ການ​ປີ 1991 ໄດ້​ແຍກ​ຕົວ​ມາ​ເປັນ​ບໍ­ລິ­ສັດ​ຜະ­ລິດ​ຕະ​ພັນ​ເບ​ຕົງ​ລາວ ແລະ ໄດ້​ຫັນ​ໄປ​ຜະ­ລິດ​ຕະ​ພັນ​ເສີມ​ຄື: ກະ­ເບື້ອງ​ມຸງ​ຫຼັງ­ຄາ ທໍ່​ລອດ​ທາງ ເສົາ​ເຂັມ… ແລະ ມາ​ຮອດ​ປີ 2007 ໂຮງ­ງານ​ດັ່ງ­ກ່າວ​ໄດ້​ຖືກ​ໂອນ​ມາ​ຂຶ້ນ​ກັບ ກຕຟ ແລະ ໄດ້​ມີ​ການ​ຟື້ນ​ຟູ​ວຽກ​ງານ​ທຸກ​ຢ່າງ ມີ​ການ​ປັບ­ປຸງ​ການ­ຈັດ­ຕັ້ງ ເສີມ​ພາ­ຫະ­ນະ ກໍ​ຄື​ບຸກ​ຄະ­ລາ​ກອນ​ຄືນ­ໃໝ່ … Continue reading

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ລົງທຶນ 400 ຕື້ກ່ວາກີບ ສ້າງຕັ້ງ​ໂຮງ­ງານ​ຜະ­ລິດ​ອຸ­ປະ­ກອນ​ໄຟ­ຟ້າ

ພິ­ທີ​ລົງ​ນາມ​ສັນ­ຍາ​ຮ່ວມ​ມື​ກໍ່­ສ້າງ​ ໂຮງ­ງານ​ຜະ­ລິດ​ອຸ­ປະ­ກອນ​ໄຟ­ຟ້າ 3 ຢ່າງ​ຄື: ປະ­ກອບ​ຕູ້​ບັງ­ຄັບ​ໝໍ້​ແປງ ແລະ ຕັ້ງ​ໂຮງ­ງານ​ຜະ­ລິດ​ສາຍ​ໄຟ (SWITCHGEAR, CABLE) ໄດ້​ມີ​ຂຶ້ນ​ວັນ​ທີ 24 ສິງ­ຫາ 2011 ຢູ່​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ລະ­ຫວ່າງ​ທ່ານ ອຳ­ພອນ ພົມ­ມະ­ຈັນ ຮັກ­ສາ​ການ​ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ແລະ ທ່ານ Seung Jae Jung ປະ­ທານ​ບໍ­ລິ­ສັດ DAEKWANG ENGINEERING ຈຳ­ກັດ ສ.ເກົາ­ຫຼີ ໂດຍ​ມີ​ທ່ານ ດຣ.ບຸນ​ເຖິງ ເພັງ​ທະ​ວົງ­ສາ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ໂຄງ­ການ​ດັ່ງ­ກ່າວ … Continue reading

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ເຂື່ອນໄຟຟ້ານ້ຳສິມ ຈະສ້າງສຳເລັດ ປີ 2013

ພິ­ທີ​ເຊັນ​ສັນ­ຍາ​ສຳ​ປະ­ທານ (CA) ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ນ້ຳ​ສິມ ແຂວງ​ຫົວ­ພັນ ລະ­ຫວ່າງ​ລັດ­ຖະ­ບານ ແຫ່ງ ສປປ ລາວ ກັບ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຈຳ­ກັດ ແລະ ພິ­ທີ​ເຊັນ​ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ ລະ­ຫວ່າງ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ແລະ ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຈຳ­ກັດ ໄດ້​ມີ​ຂຶ້ນ​ຕອນ​ຄ່ຳ​ວັນ​ທີ13 ມິ­ຖຸ­ນາ 2011 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ການ​ຮ່ວມ​ລົງ​ນາມ​ໃນ​ສັນ­ຍາ​ສຳ​ປະ­ທານ​ໂຄງ­ການ​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ແມ່ນ​ທ່ານ ທອງ​ມີ ພົມ​ວິ​ໄຊ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຕາງ­ໜ້າ​ຝ່າຍ​ບໍ­ລິ­ສັດ​ແມ່ນ​ທ່ານ ໂອ​ວີ ບູ​ເກ້ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ແລະ … Continue reading

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ກຕຟ ເຊັນສັນຍາ REP2 ກໍ່ສ້າງຕາຂ່າຍ 7 ແຂວງພາກໃຕ້

ການ​ກໍ່ສ້າງ​ລະບົບ​ຕາ​ຂ່າຍ​ໄຟຟ້າ​ແຮງ​ກາງ ແຮງ​ຕ່ຳ ແລະ ຕິດ​ຕັ້ງ​ໜໍ້​ແປງ​ຂອງ​ໂຄງການ​ຂະຫຍາຍ​ໄຟຟ້າ​ຊົນນະບົດ ໄລຍະ 2 (REP II) ໂດຍ​ມີ​ຂອບ​ເຂດ​ກວມ​ເອົາ 7 ແຂວງ​ພາກ​ກາງ ແລະ ພາກ​ໃຕ້ ໄດ້ແກ່​ແຂວງ​ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ຈຳປາ​ສັກ ເຊ​ກອງ ແລະ ອັດ​ຕະ​ປື ຈະ​ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ໃນ​ມໍ່ໆ​ນີ້ ພາຍຫຼັງ​ທີ່​ພິທີ​ເຊັນ​ສັນຍາ​ໃນ​ວັນ​ທີ 12 ພຶດສະ­ພາ 2011 ລະຫວ່າງ​ທ່ານ ຄຳ​ມະນີ ອິນ​ທິ​ລາດ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ແລະ ທ່ານ ອຳພອນ ພົມ​ມະ​ຈັນ ຮັກສາ​ການ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ກໍ່ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າ. ໂຄງການ​ດັ່ງກ່າວ​ແມ່ນ​ຈະ​ນຳ​ໃຊ້​ທຶນ​ສົມທົບ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໃນ​ຮ່ວງ​ເງິນ​ຊ່ວຍເຫຼືອ​ລ້າ​ຈາກ​ທະນາຄານ​ໂລກ ແລະ … Continue reading

ຈາກຫມວດ ຂ່າວກ່ຽວກັບກຕຟ | ປະກອບຄວາມເຫັນ

ກຕຟ ຮ່ວມກັບ ບໍລິສັດແວລແກນ ອີເນີຊີ ພັດທະນາໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ແລະ ບໍລິສັດ ແວລແກນ ອີເນີຊີ ປະເທດຝຣັ່ງໄດ້ຮ່ວມລົງນາມກັນໃນການພັດ ທະນາເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງຢູ່ ສປປ ລາວ ເພື່ອຊອກຫາຄວາມອາດສາມາດທີ່ຈະສ້າງເຂື່ອນໄຟຟ້າ.

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ | ປະກອບຄວາມເຫັນ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າສະຫລຸບຜົນງານປີ 2009

ລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າສະ ຫລຸບຜົນງານການປະຕິບັດ ວຽກງານໃນໄລຍະ 1 ປີຜ່ານ ມາ ແລະ ວາງທິດທາງແຜນ ການຕໍ່ຫນ້າປີ 2010 ໂດຍ ການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼັຍຈື, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ຜູ້ຊີ້ນຳການປັບປຸງ ທຸລະກິດຮອບດ້ານແຫ່ງຊາດ, ທ່ານ ສຸລິວົງ ດາລາວົງ ລັດຖະ ມົນຕີວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາເລ ຂາຄະນະພັກ, ຫົວຫນ້າກົມ, ຮອງກົມ ແລະ ພະນັກງານໃນ ລັດວິສາຫະກິດໄຟຟ້າເຂົ້າ ຮ່ວມຢ່າງຫລວງຫລາຍ Continue reading

ຈາກຫມວດ ຂ່າວພາຍໃນກຕຟ | ປ້າຍຊື່ , , , , | ປະກອບຄວາມເຫັນ

ລັດຖະມົນຕີ ລົງຢ້ຽມຢາມແລະໂອ້ລົມພະນັກງານກຕຟ

ຕອນບ່າຍຂອງ ວັນທີ 31/12/2008 ທີ່ສຳນັກງານໃຫຍ່ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ, ທ່ານ ສຸລິວົງ ດາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ວ່າການກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ມາໂອ້ລົມພະນັກງານແລະກຳມະກອນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ

ຈາກຫມວດ ຂ່າວພາຍໃນກຕຟ | ປ້າຍຊື່ , | ປະກອບຄວາມເຫັນ