ໂຮງງານຜະລິດຕະພັນເບຕົງ ໄດ້ຮັບໃບຢັ້ງຢືນມາດຕະຖານ ISO 9001:2008

ໂຮງ­ງານ​ຜະ­ລິດ​ຕະ​ພັນ​ເບ​ຕົງ ທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ (ກຕຟ) ໄດ້​ສ້າງ­ຕັ້ງ​ຂຶ້ນ​ປີ 1983 ໃນ​ຂອບ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ເຊິ່ງ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ເປັນ​ເຈົ້າ​ຂອງ​ໂຄງ­ການ ແລະ ເປັນ​ໂຮງ­ງານ​ຜະ­ລິດ​ເສົາ​ໄຟ­ຟ້າ​ແຫ່ງ​ທຳ​ອິດ​ໃນ ສປປ ລາວ ມີ­ໜ້າ​ທີ່​ຜະ­ລິດ​ເສົາ​ໄຟ­ຟ້າ​ຮັບ​ໃຊ້​ການ​ຂະ­ຫຍາຍ​ລະ­ບົບ​ໄຟ​ຟ້າ­ລົງ​ສູ່​ ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ.

ພາຍ­ຫຼັງ​ໂຄງ­ການ​ໄຟ­ຟ້າ​ຊົນ­ນະ­ບົດ​ທົ່ງ​ຮາບ​ວຽງ​ຈັນ ສິ້ນ​ສຸດ​ລົງ ມາ​ຮອດ​ປີ 1989 ໂຮງ­ງານ​ດັ່ງ­ກ່າວ​ກໍ​ໄດ້​ສືບ­ຕໍ່​ຜະ­ລິດ​ເສົາ​ໄຟ­ຟ້າ ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຕາມ​ແຜນ­ການ​ປີ 1991 ໄດ້​ແຍກ​ຕົວ​ມາ​ເປັນ​ບໍ­ລິ­ສັດ​ຜະ­ລິດ​ຕະ​ພັນ​ເບ​ຕົງ​ລາວ ແລະ ໄດ້​ຫັນ​ໄປ​ຜະ­ລິດ​ຕະ​ພັນ​ເສີມ​ຄື: ກະ­ເບື້ອງ​ມຸງ​ຫຼັງ­ຄາ ທໍ່​ລອດ​ທາງ ເສົາ​ເຂັມ… ແລະ ມາ​ຮອດ​ປີ 2007 ໂຮງ­ງານ​ດັ່ງ­ກ່າວ​ໄດ້​ຖືກ​ໂອນ​ມາ​ຂຶ້ນ​ກັບ ກຕຟ ແລະ ໄດ້​ມີ​ການ​ຟື້ນ​ຟູ​ວຽກ​ງານ​ທຸກ​ຢ່າງ ມີ​ການ​ປັບ­ປຸງ​ການ­ຈັດ­ຕັ້ງ ເສີມ​ພາ­ຫະ­ນະ ກໍ​ຄື​ບຸກ​ຄະ­ລາ​ກອນ​ຄືນ­ໃໝ່ ເຊິ່ງ​ເປັນ​ຜົນ​ໃຫ້​ໂຮງ­ງານ​ກ້າວ​ສູ່​ທຳ​ການ​ຜະ­ລິດ​ຢ່າງ​ປົກ­ກະ­ຕິ ແລະ ມີ​ການ​ຂະ­ຫຍາຍ­ຕົວ​ເປັນ​ກ້າວໆ​ມາ ພ້ອມ​ດຽວ​ກັນ​ກໍ​ສາ­ມາດ​ຮັບ­ປະ­ກັນ​ການ​ສະ­ໜອງ​ຜະ­ລິດ​ຕະ​ພັນ​ໃຫ້​ບັນ­ດາ​ ໂຄງ­ການ​ຕ່າງໆ ແລະ ໄດ້​ມີ​ການ​ຂະ­ຫຍາຍ​ການ​ຜະ­ລິດ​ຂຶ້ນ​ຕື່ມ ໂດຍ​ສະ­ເພາະ​ເສົາ​ໄຟ­ຟ້າ 8 ແມັດ 12 ແມັດ ແລະ ໄດ້​ຜະ­ລິດ​ຄອນ​ສາຍ​ເບ​ຕົງ​ອັດ​ແຮງ ແຕ່​ປີ 2009 ເປັນ­ຕົ້ນ​ມາ.

ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ແຫ່ງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ສັງ­ຄົມ​ຢ່າງ​ໝັ້ນ­ຄົງ ກໍ​ຄື​ໄດ້​ຮັບ​ການ​ຢັ້ງ­ຢືນ​ມາດ­ຕະ­ຖານ​ສາ­ກົນ ຄະ­ນະ​ນຳ ກຕຟ ທຸກ​ຂັ້ນ ກໍ​ໄດ້​ເອົາ­ໃຈ­ໃສ່​ຮ່ຳ­ຮຽນ​ຖອດ​ຖອນ​ບົດ­ຮຽນ​ຈາກ​ຫຼາຍໆ​ໂຮງ­ງານ​ທີ່​ໄດ້​ຮັບ ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ມາ​ແລ້ວ ຈາກ​ນັ້ນ​ກໍ​ໄດ້​ຄັດ​ເລືອກ​ບໍ­ລິ­ສັດ​ທີ່​ປຶກ­ສາ ຮ່ຳ­ຮຽນ​ບັນ­ດາ​ເອ­ກະ­ສານ​ມາດ­ຕະ­ຖານ​ຄຸນ​ນະ​ພາບ ໄປ​ຜັນ​ຂະ­ຫຍາຍ​ລົງ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ປົກ­ກະ­ຕິ ຜ່ານ​ການ​ກວດ​ສອບ ມາ​ເຖິງ​ເດືອນ​ສິງ­ຫາ 2011 ໂຮງ­ງານ​ຜະ­ລິດ​ເບ​ຕົງ ຈຶ່ງ​ສາ­ມາດ​ໄດ້​ຮັບ​ໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ ISO 9001: 2008 ຈາກ​ປະ­ເທດ​ອັງ­ກິດ ເປັນ​ທາງ​ການ ແລະ ໄດ້​ຈັດ​ມອບ​ໃບ­ຢັ້ງ­ຢືນ​ນີ້​ໃຫ້​ໂຮງ­ງານ​ຜະ­ລິດ​ເບ​ຕົງ​ຂອງ ກຕຟ ຂຶ້ນ​ວັນ​ທີ 15 ກັນ­ຍາ 2011 ຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ເຊິ່ງ​ກ່າວ​ມອບ​ໂດຍ​ທ່ານ ໄພ­ສານ ຄົງ​ປະ­ສານ​ການ ຕາງ­ໜ້າ​ບໍ­ລິ­ສັດ GGM ປະ­ເທດ​ໄທ ແລະ ກ່າວ​ຮັບ​ໂດຍ​ທ່ານ ອຳ­ພອນ ພົມ­ມະ­ຈັນ ຮອງ​ອຳ­ນວຍ​ການ​ໃຫຍ່ ກຕຟ ໂດຍ​ມີ​ທ່ານ ສົມ­ບູນ ລາ­ຊາ​ສົມ­ບັດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ ໄຊ​ເຊັງ​ລີ ເຕັງ​ເບຼຍ​ຈື ປະ­ທານ​ຄະ­ນະ​ປັບ­ປຸງ​ທຸ­ລະ​ກິດ​ແຫ່ງ​ຊາດ ແລະ ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

www.vientianemai.net/teen/khao/1/4484

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ລົງທຶນ 400 ຕື້ກ່ວາກີບ ສ້າງຕັ້ງ​ໂຮງ­ງານ​ຜະ­ລິດ​ອຸ­ປະ­ກອນ​ໄຟ­ຟ້າ

ລົງທຶນ 400 ຕື້ກ່ວາກີບ ສ້າງຕັ້ງໂຮງງານໄຟຟ້າ

ພິ­ທີ​ລົງ​ນາມ​ສັນ­ຍາ​ຮ່ວມ​ມື​ກໍ່­ສ້າງ​ ໂຮງ­ງານ​ຜະ­ລິດ​ອຸ­ປະ­ກອນ​ໄຟ­ຟ້າ 3 ຢ່າງ​ຄື: ປະ­ກອບ​ຕູ້​ບັງ­ຄັບ​ໝໍ້​ແປງ ແລະ ຕັ້ງ​ໂຮງ­ງານ​ຜະ­ລິດ​ສາຍ​ໄຟ (SWITCHGEAR, CABLE) ໄດ້​ມີ​ຂຶ້ນ​ວັນ​ທີ 24 ສິງ­ຫາ 2011 ຢູ່​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ລະ­ຫວ່າງ​ທ່ານ ອຳ­ພອນ ພົມ­ມະ­ຈັນ ຮັກ­ສາ​ການ​ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ແລະ ທ່ານ Seung Jae Jung ປະ­ທານ​ບໍ­ລິ­ສັດ DAEKWANG ENGINEERING ຈຳ­ກັດ ສ.ເກົາ­ຫຼີ ໂດຍ​ມີ​ທ່ານ ດຣ.ບຸນ​ເຖິງ ເພັງ​ທະ​ວົງ­ສາ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຄງ­ການ​ດັ່ງ­ກ່າວ ຈະ​ສ້າງ­ຕັ້ງ​ຂຶ້ນ​ຢູ່​ບ້ານ​ດົງ​ໂພ​ສີ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ເນື້ອ­ທີ່ 12.400 ຕາ​ແມັດ ມູນ​ຄ່າ​ການ​ກໍ່­ສ້າງ 400 ຕື້​ກ່ວ​າ​ກີບ ໂດຍ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ​ຈະ​ເປັນ​ຜູ້​ສະ­ໜອງ​ສະ­ຖານ­ທີ່ ສ່ວນ​ບໍ­ລິ­ສັດ DAEKWANG ENGINEERING ຈຳ­ກັດ ເປັນ​ຜູ້​ລົງ­ທຶນ​ດ້ວຍ​ຮູບ​ແບບ​ສຳ​ປະ­ທານ ໄລ­ຍະ 20 ປີ ແລະ ສາ­ມາດ​ຕໍ່​ສັນ­ຍາ​ໄດ້​ອີກ ເຊິ່ງ​ການ​ກໍ່­ສ້າງ​ຈະ​ເລີ່ມ​ແຕ່​ຕົ້ນ​ປີ 2012 ມີ​ກຳ­ນົດ​ເວ­ລາ 6 ເດືອນ​ຈຶ່ງ​ສຳ­ເລັດ ແລະ ພາຍ­ຫຼັງ​ກໍ່­ສ້າງ​ສຳ­ເລັດ​ກໍ​ຈະ​ເລີ່ມ​ຕົ້ນ​ຜະ­ລິດ​ທັນ­ທີ ເຊິ່ງ​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ໄດ້ ແມ່ນ​ຈະ​ຮັບ​ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ­ປະ­ເທດ ໂດຍ​ສະ­ເພາະ​ແມ່ນ ສ.ເກົາ­ຫຼີ ຍີ່­ປຸ່ນ ແລະ ອື່ນໆ ໃນ​ໄລ­ຍະ​ການ​ສຳ​ປະ­ທານ ລັດ­ຖະ­ບານ ແຫ່ງ ສປປ ລາວ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ 20% ແລະ ບໍ­ລິ­ສັດ DAEKWANG ENGINEERING ຈຳ­ກັດ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ 80%.

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ເຂື່ອນໄຟຟ້ານ້ຳສິມ ຈະສ້າງສຳເລັດ ປີ 2013

ພິ­ທີ​ເຊັນ​ສັນ­ຍາ​ສຳ​ປະ­ທານ (CA) ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ນ້ຳ​ສິມ ແຂວງ​ຫົວ­ພັນ ລະ­ຫວ່າງ​ລັດ­ຖະ­ບານ ແຫ່ງ ສປປ ລາວ ກັບ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຈຳ­ກັດ ແລະ ພິ­ທີ​ເຊັນ​ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ ລະ­ຫວ່າງ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ແລະ ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຈຳ­ກັດ ໄດ້​ມີ​ຂຶ້ນ​ຕອນ​ຄ່ຳ​ວັນ​ທີ13 ມິ­ຖຸ­ນາ 2011 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ

ການ​ຮ່ວມ​ລົງ​ນາມ​ໃນ​ສັນ­ຍາ​ສຳ​ປະ­ທານ​ໂຄງ­ການ​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ ແມ່ນ​ທ່ານ ທອງ​ມີ ພົມ​ວິ​ໄຊ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຕາງ­ໜ້າ​ຝ່າຍ​ບໍ­ລິ­ສັດ​ແມ່ນ​ທ່ານ ໂອ​ວີ ບູ​ເກ້ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ແລະ ຮ່ວມ​ລົງ​ນາມ​ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ ແມ່ນ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ຜູ້­ອຳ­ນວຍ­ການ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ແລະ ທ່ານ ໂອ​ວີ ບູ​ເກ້ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ ນ້ຳ​ສິມ ພາວ​ເວີ ຊຶ່ງ​ມີ​ທ່ານ ສົມ­ບູນ ລາ­ຊາ​ສົມ­ບັດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ບັນ­ດາ​ຫົວ­ໜ້າ​ຫ້ອງ­ການ ຫົວ­ໜ້າ​ກົມ ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ ກໍ​ຄື​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ ​ດັ່ງ­ກ່າວ​ແມ່ນ​ໄດ້​ອະ­ນຸ­ຍາດ​ການ​ລົງ­ທຶນ​ຈາກ​ລັດ­ຖະ­ບານ​ລາວ ໃນ​ການ​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ ເສດ­ຖະ­ກິດ ເຕັກ­ນິກ ແລະ ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ກັນ ໃນ​ວັນ​ທີ 14/2/2003 ສຳ­ເລັດ​ການ​ສຶກ​ສາ​ທາງ​ດ້ານ​ເສດ­ຖະ­ກິດ-ເຕັກ­ນິກ ໃນ​ປີ 2006 ເຊັນ​ສັນ­ຍາ​ພັດ­ທະ­ນາ​ໂຄງ­ການ​ກັບ​ລັດ­ຖະ­ບານ​ລາວ ໃນ​ວັນ​ທີ 2/10/2007.

ໂຄງ­ການ​ໄຟ­ຟ້າ​ນ້ຳ­ຕົກ​ນ້ຳ​ສິມ ແມ່ນ​ໂຄງ­ການ​ຂະ­ໜາດ​ນ້ອຍ ມີ​ກຳ­ລັງ​ຕິດ​ຕັ້ງ 9 ເມ​ກາ​ວັດ (MW) ຕັ້ງ​ຢູ່​ລະ­ຫວ່າງ​ບ້ານ​ກາງ​ເມືອງ ຫາ​ບ້ານ​ດ່ານ​ເປົ້າ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ ຫ່າງ​ຈາກ​ຕົວ​ເມືອງ​ຊຳ​ເໜືອ ປະ­ມານ 50 ກິ­ໂລ­ແມັດ ເປັນ​ເຂື່ອນ​ຄອນ​ກຣີດ ຍາວ 25 ແມັດ ແລະ ສູງ 6 ແມັດ ພ້ອມ​ດ້ວຍ​ຝາຍ​ນ້ຳ​ລົ້ນ​ທີ່​ໃຫ້​ນ້ຳ​ໄຫຼ​ຜ່ານ​ໄດ້​ໃນ​ລະ­ດູ­ຝົນ ອ່າງ­ເກັບ­ນ້ຳ​ມີ​ຂະ­ໜາດ​ປະ­ມານ 3 ເຮັກ­ຕາ ແລະ ມີ​ອຸ​ໂມງ​ຄວາມ​ຍາວ 1.100 ແມັດ ເພື່ອ​ອວຍ​ນ້ຳ​ໄປ​ຜະ­ລິດ​ໄຟ­ຟ້າ ຊຶ່ງ​ມີ​ຄວາມ​ສູງ​ຂອງ​ນ້ຳ­ຕົກ 172 ແມັດ ມີ​ເຄື່ອງ​ປັ່ນ​ໄຟ ຈຳ­ນວນ 2 ໝ່ວຍ ແລະ ມີ​ມູນ​ຄ່າ​ການ​ກໍ່­ສ້າງ 18 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 144 ຕື້​ກີບ ໂຄງ­ການ​ສຳ​ປະ­ທານ​ເຂື່ອນ​ໄຟ­ຟ້າ​ດັ່ງ­ກ່າວ ຊຶ່ງ​ປະ­ກອບ​ມີ​ບໍ­ລິ­ສັດ​ນໍ​ພາວ​ເວີ ແຫ່ງ ປະ­ເທດ​ນັອກ​ແວ ຖື​ຫຸ້ນ 75% ແລະ ລັດ­ຖະ­ບານ​ລາວ ໂດຍ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ​ຖື​ຫຸ້ນ 25% ມີ​ອາ­ຍຸ​ສຳ​ປະ­ທານ 25 ປີ ການ​ກໍ່­ສ້າງ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ທ້າຍ​ປີ 2013.

ພາຍ­ຫຼັງ​ສຳ­ເລັດ​ການ​ກໍ່­ສ້າງ​ໂຄງ­ການ​ດັ່ງ­ກ່າວ ຈະ​ຂາຍ​ກະ­ແສ​ໄຟ­ຟ້າ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ທັງ​ໜົດ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 32.500 GKWh ຕໍ່​ປີ (ກິກ​ກາ​ວັດ​ໂມງ​ຕໍ່​ປີ) ດ້ວຍ​ແຮງ​ດັນ 22 ກິ​ໂລ​ໂວນ (KV) ຊຶ່ງ​ຈຸດ­ປະ­ສົງ​ຂອງ​ການ​ຊື້​ກະ­ແສ​ໄຟ­ຟ້າ​ຈາກ​ໂຄງ­ການ​ນີ້ ກໍ​ເພື່ອ​ເປັນ​ການ​ຫຼຸດ­ຜ່ອນ​ການ​ຊື້​ໄຟ­ຟ້າ​ເຂົ້າ​ມາ​ຈາກ​ຕ່າງ­ປະ­ເທດ

ບົດຂ່າວ ຈາກ http://www.vientianemai.net/teen/khao/1/3367

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , | ປະກອບຄວາມເຫັນ

ກຕຟ ເຊັນສັນຍາ REP2 ກໍ່ສ້າງຕາຂ່າຍ 7 ແຂວງພາກໃຕ້

ການ​ກໍ່ສ້າງ​ລະບົບ​ຕາ​ຂ່າຍ​ໄຟຟ້າ​ແຮງ​ກາງ ແຮງ​ຕ່ຳ ແລະ ຕິດ​ຕັ້ງ​ໜໍ້​ແປງ​ຂອງ​ໂຄງການ​ຂະຫຍາຍ​ໄຟຟ້າ​ຊົນນະບົດ ໄລຍະ 2 (REP II) ໂດຍ​ມີ​ຂອບ​ເຂດ​ກວມ​ເອົາ 7 ແຂວງ​ພາກ​ກາງ ແລະ ພາກ​ໃຕ້ ໄດ້ແກ່​ແຂວງ​ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ຈຳປາ​ສັກ ເຊ​ກອງ ແລະ ອັດ​ຕະ​ປື ຈະ​ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ໃນ​ມໍ່ໆ​ນີ້ ພາຍຫຼັງ​ທີ່​ພິທີ​ເຊັນ​ສັນຍາ​ໃນ​ວັນ​ທີ 12 ພຶດສະ­ພາ 2011 ລະຫວ່າງ​ທ່ານ ຄຳ​ມະນີ ອິນ​ທິ​ລາດ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ແລະ ທ່ານ ອຳພອນ ພົມ​ມະ​ຈັນ ຮັກສາ​ການ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ກໍ່ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າ.

ໂຄງການ​ດັ່ງກ່າວ​ແມ່ນ​ຈະ​ນຳ​ໃຊ້​ທຶນ​ສົມທົບ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ໃນ​ຮ່ວງ​ເງິນ​ຊ່ວຍເຫຼືອ​ລ້າ​ຈາກ​ທະນາຄານ​ໂລກ ແລະ ຮ່ວງ​ເງິນ​ກູ້​ຢືມ​ຈາກ​ອົງການ​ການ​ເງິນ​ສາກົນ ລວມ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 82 ຕື້​ກ່ວ​າ​ກີບ ໂດຍ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າ ເປັນ​ຜູ້​ຮັບ​ເໝົາ ແລະ ຈະ​ໃຫ້​ສຳເລັດ​ໃນ​ປີ 2014 ການ​ກໍ່ສ້າງ​ລະບົບ​ຕາ​ຂ່າຍ​ໄຟຟ້າ​ໃນ​ຄັ້ງ​ນີ້ ແມ່ນ​ມີ​ຈຸດປະສົງ​ເພື່ອ​ພັດທະນາ​ເຂດ​ຊົນນະບົດ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ສ້າງ​ໃຫ້​ປະຊາຊົນ​ໄດ້​ມີ​ໄຟຟ້າ​ໃຊ້​ໃນ​ວຽກ​ງານ​ການ​ຜະລິດ​ກະສິກຳ ຫັດຖະກຳ ຊົນລະປະທານ ເພື່ອ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະໄໝ​ເທື່ອ​ລະ​ກ້າວ ໃນ​ໂອກາດ​ນີ້ ທ່ານ ຄຳ​ມະນີ ອິນ​ທິ​ລາດ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ວ່າ ໃນ​ປີ 2010 ປະຊາຊົນ​ໃນ​ທົ່ວ​ປະເທດ​ມີ​ໄຟຟ້າ​ຊົມໃຊ້​ປະມານ 70% ແລະ ທ່ານ​ຍັງ​ໄດ້​ຢືນຢັນ​ວ່າ ໃນ​ປີ 2015 ຈະ​ໃຫ້​ເພີ່ມ​ຂຶ້ນ 80% ແລະ 90% ໃນ​ປີ 2020 ຕາມ​ແຜນ​ພັດທະນາ​ທີ່​ລັດຖະບານ​ວາງ​ໄວ້.

ຂ່າວຈາກ ນສພ ວຽງຈັນໃຫມ່ ວັນທີ 16 ພຶດສະພາ 2011

ຈາກຫມວດ ຂ່າວກ່ຽວກັບກຕຟ | ປະກອບຄວາມເຫັນ

ກຕຟ ຮ່ວມກັບ ບໍລິສັດແວລແກນ ອີເນີຊີ ພັດທະນາໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ແລະ ບໍລິສັດ ແວລແກນ ອີເນີຊີ ປະເທດຝຣັ່ງໄດ້ຮ່ວມລົງນາມກັນໃນການພັດ ທະນາເຂື່ອນໄຟຟ້ານ້ຳຕົກຂະຫນາດນ້ອຍ ແລະ ກາງຢູ່ ສປປ ລາວ ເພື່ອຊອກຫາຄວາມອາດສາມາດທີ່ຈະສ້າງເຂື່ອນໄຟຟ້າ. ອ່ານຕໍ່

ຈາກຫມວດ ຂ່າວກ່ຽວກັບກຕຟ | ປ້າຍຊື່ | ປະກອບຄວາມເຫັນ

ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າສະຫລຸບຜົນງານປີ 2009

ລັດວິສາຫະກິດກໍ່ ສ້າງ ແລະ ຕິດຕັ້ງໄຟຟ້າສະ ຫລຸບຜົນງານການປະຕິບັດ ວຽກງານໃນໄລຍະ 1 ປີຜ່ານ ມາ ແລະ ວາງທິດທາງແຜນ ການຕໍ່ຫນ້າປີ 2010 ໂດຍ ການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼັຍຈື, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດ ຖະມົນຕີ, ຜູ້ຊີ້ນຳການປັບປຸງ ທຸລະກິດຮອບດ້ານແຫ່ງຊາດ, ທ່ານ ສຸລິວົງ ດາລາວົງ ລັດຖະ ມົນຕີວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາເລ ຂາຄະນະພັກ, ຫົວຫນ້າກົມ, ຮອງກົມ ແລະ ພະນັກງານໃນ ລັດວິສາຫະກິດໄຟຟ້າເຂົ້າ ຮ່ວມຢ່າງຫລວງຫລາຍ. ອ່ານຕໍ່

ຈາກຫມວດ ຂ່າວພາຍໃນກຕຟ | ປ້າຍຊື່ , , , , | ປະກອບຄວາມເຫັນ

ລັດຖະມົນຕີ ລົງຢ້ຽມຢາມແລະໂອ້ລົມພະນັກງານກຕຟ

minister04ຕອນບ່າຍຂອງ ວັນທີ 31/12/2008 ທີ່ສຳນັກງານໃຫຍ່ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ, ທ່ານ ສຸລິວົງ ດາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ວ່າການກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ມາໂອ້ລົມພະນັກງານແລະກຳມະກອນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ອ່ານຕໍ່

ຈາກຫມວດ ຂ່າວພາຍໃນກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ທ່ານໄຊ ເຊັງລີ ເຕັງເບຼຍຈື ຢ້ຽມຢາມ ໂຮງງານຜະລິດຕະພັນເບຕົງ

ໃນຕອນເຊົ້າຂອງວັນທີ 30/10/2008 ທ່ານໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດ ແຫ່ງຊາດ ໄດ້ມາຢ້ຽມຢາມ ໂຮງງານຜະລິດຕະພັນເບຕົງ ທີ່ ທ່ານາແລ້ງ. ຮ່ວມຮັບຕ້ອນ ທ່ານ ມີ ທ່ານອຳພອນ ພົມມະຈັນ ວ່າການຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ພ້ອມດ້ວຍ ທ່ານ ສຸກຂີ ແກ້ວປະເສີດ ຫົວຫນ້າໂຮງງານຜະລິດຕະພັນເບຕົງ
ອ່ານຕໍ່

ຈາກຫມວດ ໂຮງງານແລະເຂື່ອນ | ປ້າຍຊື່ , , , | ປະກອບຄວາມເຫັນ

ກ.ຕ.ຟ ສະຫລຸບ 6 ເດືອນຕົ້ນປີ ແລະຍ້ອງຍໍຜົນງານ 30 ປີ

eci meeting 2008ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກ.ຕ.ຟ) ໄດ້ຈັດພິທີສະຫລຸບຜົນງານ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2008 ພ້ອມທັງການຍ້ອງຍໍຜົນງານ 30 ປີ (1975 – 2005) ພິທີດັ່ງກ່າວໄດ້ມີຂຶ້ນໃນຕອນແລງທີ 16 ກັນຍານີ້ ໂດຍການເຂົ້າຮ່ວມຂອງທ່ານ ໄຊ ເຊັງລີ ເຕັງເບຼຍຈື ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະປັບປຸງທຸລະກິດແຫ່ງຊາດ. ອ່ານຕໍ່

ຈາກຫມວດ ຂ່າວພາຍໃນກຕຟ | ປ້າຍຊື່ , | ປະກອບຄວາມເຫັນ

ພະນັກງານ ກຕຟ ຕະລຸມບອນ ຕ້ານນ້ຳຖ້ວມ

vientiane floodເນື່ອງຈາກມີຝົນຕົກຫນັກ ແລະ ລະດັບນ້ຳຂອງຍືງຂຶ້ນ ກາຍລະດັບລະວັງໄພ. ເມື່ອມີໄພທຳມະຊາດ ມາຄຸກຄາມ ນະຄອນຫລວງວຽງຈັນ. ຊາວນະຄອນຫລວງວຽງຈັນ ກໍ່ຄືພະນັກງານ ກຳມະກອນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ໄດ້ພ້ອມໃຈກັນ ຕະລຸມບອນ ຕ້ານນ້ຳຖ້ວມ ທັງເວັນແລະຄືນ ອ່ານຕໍ່

ຈາກຫມວດ ຂ່າວພາຍໃນກຕຟ | ປ້າຍຊື່ | ມີ 1 ຄວາມເຫັນ